"ຂ້າພະເຈົ້າຍິນຍອມໃຫ້ ບໍລິສັດ ສິດທິການຄ້າສາກົນ ຂາອອກ-ຂາເຂົ້າ ຈຳກັດ [ຊື່ບໍລິສັດຕົວແທນຈຳໜ່າຍໃນ ສປປລາວ] ແລະ CP-Meiji ເກັບລວບລວມນຳໃຊ້ ແລະ ເປີດເຜີຍຂໍ້ມູນສ່ວນບຸກຄົນ (ຊື່-ນາມສະກຸນ, ເບີໂທລະສັບ, ແຂວງ) ເພື່ອຈຸດປະສົງໃນການກວດສອບສິດ, ແຈ້ງຜົນລາງວັນ ແລະ ປະຊາສຳພັນກິດຈະກຳທາງການຕະຫຼາດຂອງແບຣນ ໂດຍບໍລິສັດຈະຮັກສາຂໍ້ມູນຂອງທ່ານເປັນຄວາມລັບຕາມມາດຕະຖານຄວາມປອດໄພ."
1.ສິດການເຂົ້າຮ່ວມ: ສະເພາະລູກຄ້າທີ່ຊື່ນົມ Meiji ຂະໜາດ 2 ລິດ "ສະຫຼາກພາສາລາວ" ທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ (ສະຫຼາກພາສາໄທບໍ່ມີສິດເຂົ້າຮ່ວມລາຍການ).
2.ການສົ່ງລະຫັດ: ລູກຄ້າສາມາດສົ່ງ Lucky Code ໄດ້ບໍ່ຈຳກັດຈຳນວນ (01 ລະຫັດ ຕໍ່ 01 ສິດການລຸ້ນ) ໂດຍລະບົບຈະນັບຍອດການສົ່ງຕັ້ງແຕ່ວັນທີ 01 ເມສາ – 31 ພຶດສະພາ ’2026.
3.ການຕັດຮອບ: ລະບົບຈະດຶງຂໍ້ມູນຜູ້ຮ່ວມມ່ວນຊື່ນ, ຕັ້ງແຕ່ເວລາ 00.00 – 23.59 ໂມງ. ຂອງທຸກມື້ ເພື່ອສຸ່ມຈັບລາງວັນໃນວັນຖັດໄປ.
4.ລາຍຊື່ຜູ້ຊະນະຈະປະກາດຜົນຜ່ານບັນຊີ Facebook: CP-Meiji Laos ຕັ້ງແຕ່ວັນທີ 02 ເມສາ – 01 ມິຖຸນາ ’2026 ແລະ ຈະມີເຈົ້າໜ້າທີ່ຕິດຕໍ່ຜູ້ຊະນະເພື່ອປະສານງານການຮັບຂອງລາງວັນ.
5.ລາງວັນ: * ລາງວັນປະຈຳວັນ: ເງິນສົດມູນຄ່າ 1,000,000 ກີບ (ໜຶ່ງລ້ານກີບ) ຈຳນວນ 01 ລາງວັນ/ 01 ທ່ານ/ວັນ.
6.ລາງວັນຄື "ເງິນກີບ (LAK)" ເທົ່ານັ້ນ.
7.ລາງວັນໃຫຍ່ປະຈຳເດືອນ: ລົດຈັກໄຟຟ້າ ຈຳນວນ 01 ລາງວັນຕໍ່ເດືອນ ລວມທັງໝົດຈຳນວນ 02 ລາງວັນ ຕະຫຼອດໄລຍະເວລາກິດຈະກຳເປີດລຸ້ນເງິນລ້ານ (ໂດຍຈະຈັບລາງວັນ ທຸກວັນສຸດທ້າຍຂອງເດືອນ ຄື 01 ເມສາ ແລະ 01 ມິຖຸນາ ’2026).
8.ຄວາມໂປ່ງໃສ: ການສຸ່ມລາງວັນດຳເນີນການໂດຍລະບົບຄອມພິວເຕີ (Automated Randomization System) ເພື່ອຄວາມໂປ່ງໃສ ແລະ ຍຸຕິທຳທີ່ສຸດ ໂດຍຜົນການຕັດສິນຂອງບໍລິສັດຖືເປັນທີ່ສິ້ນສຸດ.
9.ການຮັບລາງວັນ: ຜູ້ໂຊກດີຕ້ອງສະແດງ "ສະຫຼາກສິນຄ້າທີ່ມີລະຫັດຕົງກັບທີ່ລົງທະບຽນ" ພ້ອມບັດປະຈຳຕົວ ເພື່ອຢືນຢັນຕົວຕົນຢູ່ສາຂາທີ່ກຳນົດ.
10.ຜູ້ເຂົ້າຮ່ວມກິດຈະກຳຕ້ອງປະຕິບັດຕາມຂັ້ນຕອນການເຂົ້າຮ່ວມທັງໝົດໃຫ້ຄົບຖ້ວນ ຈຶ່ງຈະມີສິດໄດ້ຮັບລາງວັນ.
11.ຄຳຕັດສິນຂອງ CP-Meiji Laos ຖືເປັນທີ່ສິ້ນສຸດ.
12.ເມື່ອເຂົ້າຮ່ວມກິດຈະກຳ ຖືວ່າຜູ້ເຂົ້າຮ່ວມຍິນຍອມໃຫ້ບໍລິສັດ ເປີດເຜີຍຂໍ້ມູນສ່ວນບຸກຄົນ (ເຊັ່ນ ຊື່, ທີ່ຢູ່ ແລະ ເບີໂທລະສັບ) ໃຫ້ແກ່ບຸກຄົນທີ່ສາມ ເພື່ອໃຊ້ສຳລັບການຈັດສົ່ງຂອງລາງວັນ.
13.ບໍລິສັດຂໍສະຫງວນສິດໃນການແກ້ໄຂຂໍ້ກຳນົດ ແລະ ເງື່ອນໄຂ ລວມເຖິງວັນສິ້ນສຸດກິດຈະກຳໄດ້ຕາມຄວາມເໝາະສົມ.
14."ຜູ້ໂຊກດີຍິນຍອມໃຫ້ບໍລິສັດນຳພາບຖ່າຍ ແລະ ຂໍ້ມູນການຮັບລາງວັນໄປໃຊ້ໃນການປະຊາສຳພັນໄດ້ທຸກຊ່ອງທາງ ໂດຍບໍ່ຕ້ອງຂໍອະນຸຍາດເພີ່ມເຕີມ" (ເພາະມີ Step ທີ່ຜູ້ໂຊກດີຕ້ອງຖ່າຍຮູບກັບຜູ້ບໍລິຫານ)
15.ຜູ້ໂຊກດີຕ້ອງເກັບສະຫຼາກຕົວຈິງທີ່ມີລະຫັດຕົງກັບທີ່ລົງທະບຽນໄວ້ ເພື່ອນຳມາແລກຮັບລາງວັນ ຫາກສະຫຼາກສູນຫາຍ ຫຼື ຈີກຂາດຈົນເບິ່ງບໍ່ເຫັນລະຫັດ ບໍລິສັດຂໍສະຫງວນສິດໃນການມອບລາງວັນ.
16."ກິດຈະກຳນີ້ຈັດຂຶ້ນເພື່ອສົ່ງເສີມການຂາຍສິນຄ້າ Meiji ທີ່ນຳເຂົ້າຢ່າງຖືກຕ້ອງໂດຍຕົວແທນຈຳໜ່າຍໃນ ສປປລາວ ເທົ່ານັ້ນ ສິນຄ້າສະຫຼາກພາສາໄທ ຫຼື ສະຫຼາກທີ່ບໍ່ໄດ້ລະບຸລະຫັດກິດຈະກຳນີ້ ຖືເປັນສິນຄ້າທີ່ບໍ່ຜ່ານການກວດສອບຄຸນນະພາບການຂົນສົ່ງຕາມມາດຕະຖານບໍລິສັດ ແລະ ບໍ່ມີສິດເຂົ້າຮ່ວມລຸ້ນລາງວັນໃນທຸກກໍລະນີ."
ກະລຸນາໃຊ້ງານໃນແນວຕັ້ງ (Portrait)